top of page
2025-05-07_12-42-46_edited_edited.jpg

ຂໍ້ມູນສະຖາບັນ

ໄດ້ຮັບການຢັ້ງຢືນຈາກກະຊວງສຶກສາທິການ ແລະ ກິລາ ສປປ ລາວ

  • ສະຖາບັນ ບຸນເກີດ ສຶກສາ ສ້າງຕັ້ງຂຶ້ນໃນສົກຮຽນ 2007-2008 ເປັນຕົ້ນມາ ເຊິ່ງປະກອບດ້ວຍ: ໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມສົມບູນ ແລະ ມັດທະຍົມສຶກສາສົມບູນ.
    ສົກຮຽນ 2017-2018 ໄດ້ສ້າງຕັ້ງສາຍວິຊາຊີບຂຶ້ນທີ່ມີຊື່ວ່າ: ໂຮງຮຽນ ເຕັກນິກ-ວິຊາຊີບ ວີເອສວີ ບຸນເກີດ ເຊິ່ງໃດ້ຮັບອະນຸຍາດທະບຽນເລກທີ: 979/ສສກ, ລົງວັນທີ: 23 ກຸມພາ 2017.
    ສົກຮຽນ 2022-2023 ໄດ້ຍົກຂຶ້ນເປັນວິທະຍາໄລທີ່ມີຊື່ວ່າ: ວິທະຍາໄລ ເຕັກນິກ ບີໄອເອັສ ບຸນເກີດ ເຊິ່ງໄດ້ຮັບອະນຸຍາດທະບຽນເລກທີ: 4686/ສສກ, ລົງວັນທີ: 16 ກັນຍາ 2022.
    ສົກຮຽນ 2024-2025 ໄດ້ຍົກຂຶ້ນເປັນສະຖາບັນ ວິສະວະກໍາ ເຕົກໂນໂລຊີ ບຸນເກີດ ເລກທີ 7878/ສສກ ລົງວັນທີ 25.10.2024
    ສະຖາບັນ ບຸນເກີດ ຕັ້ງຢູ່ບ້ານ ໄຊມຸງຄຸນ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ. ມີເນື້ອ ທີ່ທັງໝົດມີ 5 ​ເຮັກຕາ.
    ປັດຈຸບັນມີພະນັກງານ ແລະ ຄູ-ອາຈານ ທັງໝົດ 122 ຄົນ, ຍິງ 74 ຄົນ ແລະ ມີນັກຮຽນນັກສຶກສາ ນັບແຕ່ຊັ້ນອະນຸບານຈົນຮອດສະຖາບັນ  ລວມທັງໝົດ 704 ຄົນ, ຍິງ 351 ຄົນ

2025 by BETI

bottom of page