

ຂໍ້ມູນສະຖາບັນ
ໄດ້ຮັບການຢັ້ງຢືນຈາກກະຊວງສຶກສາທິການ ແລະ ກິລາ ສປປ ລາວ
-
ສະຖາບັນ ບຸນເກີດ ສຶກສາ ສ້າງຕັ້ງຂຶ້ນໃນສົກຮຽນ 2007-2008 ເປັນຕົ້ນມາ ເຊິ່ງປະກອບດ້ວຍ: ໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມສົມບູນ ແລະ ມັດທະຍົມສຶກສາສົມບູນ.
ສົກຮຽນ 2017-2018 ໄດ້ສ້າງຕັ້ງສາຍວິຊາຊີບຂຶ້ນທີ່ມີຊື່ວ່າ: ໂຮງຮຽນ ເຕັກນິກ-ວິຊາຊີບ ວີເອສວີ ບຸນເກີດ ເຊິ່ງໃດ້ຮັບອະນຸຍາດທະບຽນເລກທີ: 979/ສສກ, ລົງວັນທີ: 23 ກຸມພາ 2017.
ສົກຮຽນ 2022-2023 ໄດ້ຍົກຂຶ້ນເປັນວິທະຍາໄລທີ່ມີຊື່ວ່າ: ວິທະຍາໄລ ເຕັກນິກ ບີໄອເອັສ ບຸນເກີດ ເຊິ່ງໄດ້ຮັບອະນຸຍາດທະບຽນເລກທີ: 4686/ສສກ, ລົງວັນທີ: 16 ກັນຍາ 2022.
ສົກຮຽນ 2024-2025 ໄດ້ຍົກຂຶ້ນເປັນສະຖາບັນ ວິສະວະກໍາ ເຕົກໂນໂລຊີ ບຸນເກີດ ເລກທີ 7878/ສສກ ລົງວັນທີ 25.10.2024
ສະຖາບັນ ບຸນເກີດ ຕັ້ງຢູ່ບ້ານ ໄຊມຸງຄຸນ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ. ມີເນື້ອ ທີ່ທັງໝົດມີ 5 ເຮັກຕາ.
ປັດຈຸບັນມີພະນັກງານ ແລະ ຄູ-ອາຈານ ທັງໝົດ 122 ຄົນ, ຍິງ 74 ຄົນ ແລະ ມີນັກຮຽນນັກສຶກສາ ນັບແຕ່ຊັ້ນອະນຸບານຈົນຮອດສະຖາບັນ ລວມທັງໝົດ 704 ຄົນ, ຍິງ 351 ຄົນ